Constitution of the Lao People’s Democratic Republic 1991, as amended to 2015
Political Rights and Association
  • English

    The people are to elect representatives, namely the National Assembly and Local People's Assemblies, to ensure that their rights, powers and benefits are addressed.The election of members of the National Assembly shall be carried out through the principles of universal equal direct suffrage and secret balloting.
    … (Art. 4)

  • Lao

    ປະຊາຊົນເປັນຜູ້ສ້າງຕັ້ງອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ຊຶ່ງແມ່ນ ສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນ.ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທ້ອງຖິ່ນ ແມ່ນ ປະຕິບັດຕາມຫຼັກການທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ລົງຄະແນນສຽງປິດລັບ.
    … (ມາດຕາ. 4) (ປັບປຸງ)

Political Rights and Association
  • English

    The Lao Front for National Development, the Lao Veterans Federation, the Lao Federation of Trade Unions, the Lao Women's Union, the Lao People's Revolutionary Youth Union and other social organisations are the organs to unite and mobilise all strata of the multi-ethnic people to take part in the tasks of protection and construction of the country; to develop the right of self- determination of the people and to protect the legitimate rights and interests of members of their respective organisations. (Art. 7)

  • Lao

    ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ສະຫະພັນກຳມະບານລາວ, ສະຫະພັນແມ່ຍິງລາວ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ບັນດາອົງການຈັດຕັ້ງສັງຄົມ ເປັນບ່ອນສຶກສາ ອົບຮົມ, ເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມບັນດາຊັ້ນຄົນຂອງທຸກຊົນເຜົ່າ ເຂົ້າຮ່ວມໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກໃນອົງການຈັດຕັ້ງຂອງຕົນ, ມີ ສິດ ແລະ ໜ້າທີ່ ຕິດຕາມກວດກາ ການເຄື່ອນໄຫວຂອງ ສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ ແລະ ສະມາຊິກ ຂອງສະພາດັ່ງກ່າວ. (ມາດຕາ. 7) (ປັບປຸງ)

Political Rights and Association
  • English

    Lao citizens aged eighteen years and above have the right to vote and those aged twenty one years and above have the right to be elected, except insane persons, persons with mental disorders and persons whose rights to vote and to be elected have been revoked by a court. (Art. 36)

  • Lao

    ພົນລະເມືອງລາວ ຜູ້ມີອາຍຸແຕ່ສິບແປດປີຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸ ແຕ່ຊາວເອັດປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ ເວັ້ນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ຖືກສານ ຕັດສີນລົງໂທດຕັດອິດສະລະພາບ, ປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ. (ມາດຕາ. 36) (ປັບປຸງ)

Political Rights and Association
  • English

    Citizens of both women and men enjoy equal rights in the political, economic, cultural and social fields and in family affairs. (Art. 37)

  • Lao

    ພົນລະເມືອງລາວຍິງຊາຍ ມີສິດເທົ່າທຽມກັນ ໃນດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະຄອບຄົວ. (ມາດຕາ 37)

Political Rights and Association
  • English

    Lao citizens have the right and freedom of speech, press and assembly; and have the right to set up associations and to stage demonstrations which are not contrary to the laws. (Art. 44)

  • Lao

    ພົນລະເມືອງລາວ ມີສິດເສລີພາບໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງ ສະມາຄົມ ແລະເດີນຂະບວນ ທີ່ບໍ່ຂັດກັບລະບຽບກົດໝາຍ. (ມາດຕາ 44)

Political Parties
  • English

    The rights of the multi-ethnic people to be the masters of the country are exercised and ensured through the functioning of the political system with the Lao People's Revolutionary Party as its leading nucleus. (Art. 3)

  • Lao

    ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປະຕິບັດ ແລະ ຮັບປະກັນດ້ວຍການເຄື່ອນໄຫວຂອງລະບົບການເມືອງ ຊຶ່ງມີພັກປະຊາຊົນປະຕິວັດລາວເປັນແກນນໍາ. (ມາດຕາ 3)

Head of State
  • English

    The President of the State is the Head of State of the Lao People's Democratic Republic and the representative of the multi-ethnic Lao people both within the country and abroad; The President of the State is also the head of national defence and national security, the general of the armed civilian army for independent protection, democracy, defending the homeland and securing peace and stability of the nation. (Art. 65)

  • Lao

    ປະທານປະເທດ ເປັນປະມຸກລັດ ແຫ່ງ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ, ເປັນຜູ້ຕາງໜ້າປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຫ່ງຊາດ, ເປັນແມ່ທັບກຳລັງປະກອບອາວຸດປະຊາຊົນ ເພື່ອຮັບປະກັນ ຄວາມເປັນເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງປະເທດຊາດ. (ມາດຕາ. 65) (ປັບປຸງ)

Head of State
  • English

    The President of the State is elected by the National Assembly with two-thirds of the votes of all members of the National Assembly attending the session.
    … (Art. 66)

  • Lao

    ປະທານປະເທດ ແມ່ນສະພາແຫ່ງຊາດ ເປັນຜູ້ເລືອກຕັ້ງໂດຍໄດ້ຮັບ ຄະແນນສຽງຢ່າງໜ້ອຍສອງສ່ວນສາມ ຂອງຈໍານວນສະມາຊິກສະພາແຫ່ງຊາດທີ່ເຂົ້າ ຮ່ວມກອງປະຊຸມ.
    ... (ມາດຕາ 66) (ປັບປຸງ)

Vice-President
  • English

    The President of the State have a Vice-President as elected by the National Assembly with the votes of more than two-third of the number of National Assembly members attending the session.
    The Vice-President of the State executes all tasks assigned by the President of the State and acts on behalf of the President of the State in case the President is occupied on other matters. (Art. 68)

  • Lao

    ປະທານປະເທດ ມີຮອງປະທານປະເທດ ຊຶ່ງສະພາແຫ່ງຊາດເປັນຜູ້ເລືອກຕັ້ງ ໂດຍໄດ້ຮັບ ຄະແນນສຽງຫຼາຍ ກວ່າສອງສ່ວນສາມ ຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ.
    ຮອງປະທານປະເທດ ປະຕິບັດໜ້າທີ່ ຕາມການມອບໝາຍຂອງປະທານປະເທດ ແລະ ຕາງໜ້າໃຫ້ປະທານປະເທດ ໃນເວລາປະທານປະເທດຕິດຂັດ.ໃນກໍລະນີປະທານປະເທດ ບໍ່ສາມາດປະຕິບັດໜ້າທີ່ໄດ້. (ມາດຕາ. 68) (ປັບປຸງ)

Government
  • English

    The government is the executive branch, which has the role of managing the State uniformly throughout the country.
    The government is responsible for the National Assembly and the President of the State. (Art. 69)

  • Lao

    ລັດຖະບານ ແມ່ນ ອົງການບໍລິຫານ ມີພາລະບົດບາດຄຸ້ມຄອງບໍລິຫານລັດ ຢ່າງຮອບດ້ານ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ.
    ລັດຖະບານ ຮັບຜິດຊອບຕໍ່ ສະພາແຫ່ງຊາດ ແລະ ປະທານປະເທດ. (ມາດຕາ. 69) (ປັບປຸງ)

Government
  • English

    The government consists of the Prime Minister, Deputy Prime Minister[s], ministers and chairmen of the ministry-equivalent organisations.
    … (Art. 71)

  • Lao

    ລັດຖະບານ ປະກອບດ້ວຍນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ.
    … (ມາດຕາ 71) (ປັບປຸງ)

Government
  • English

    The Prime Minister is the head of the government, and represents the government in leading and managing the work of the government and local administration organisations; having rights to appoint, transfer, or remove the deputy- minister, the deputy head of ministry-equivalent, head of bureau office, deputy head of bureau, head of department; appoint or remove provincial governor, Vientiane Capital Governor, upon the approval of the provincial assembly meeting, propose the rewarding or degrading high rank of generals, promoting or demoting colonels of the national defence and security. (Art. 72)

  • Lao

    ນາຍົກລັດຖະມົນຕີ ເປັນຫົວໜ້າລັດຖະບານ ແລະ ຕາງໜ້າລັດຖະບານນຳພາ, ຊີ້ນຳ ການເຄື່ອນໄຫວວຽກງານຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ; ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງລັດຖະມົນຕີ, ຮອງຫົວໜ້າອົງການລັດທຽບເທົ່າກະຊວງ, ຫົວໜ້າທະບວງ, ຮອງຫົວໜ້າທະບວງ, ຫົວໜ້າກົມ; ແຕ່ງຕັ້ງ ຫຼື ປົດຕຳແໜ່ງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ພາຍຫຼັງກອງປະຊຸມ ສະພາປະຊາຊົນຂັ້ນແຂວງຮັບຮອງເອົາ; ສະເໜີເລື່ອນຊັ້ນ ຫຼື ປົດຊັ້ນນາຍພົນ; ເລື່ອນຊັ້ນ ຫຼື ປົດຊັ້ນພັນເອກ ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. (ມາດຕາ. 72) (ໃໝ່)

Government
  • English

    The Deputy Prime Ministers are the assistants of the Prime Minister to lead onmatters of the government and local administrative organizations and execute the tasks assigned to them by the Prime Minister. The Prime Minister assigns a particular Deputy Prime Minister to carry out work on his behalf in the event that he is [occupied on other matters]. (Art. 73)

  • Lao

    ຮອງນາຍົກລັດຖະມົນຕີ ຊ່ວຍນາຍົກລັດຖະມົນຕີ ໃນການຊີ້ນຳວຽກງານຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ, ຮັບຜິດຊອບວຽກງານໃດໜຶ່ງ ຕາມການມອບໝາຍ ຂອງນາຍົກລັດຖະມົນຕີ. ຮອງນາຍົກລັດຖະມົນຕີທ່ານໃດໜຶ່ງ ເປັນຜູ້ວ່າການແທນໃນເວລານາຍົກລັດຖະມົນຕີ ຕິດຂັດ. (ມາດຕາ. 73) (ໃໝ່)

Legislature
  • English


    The election of members of the National Assembly and the Local People'sAssemblies shall be carried out through the principles of universal equal direct suffrage and secret balloting.
    … (Art. 4)

  • Lao

    ...
    ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນແມ່ນປະຕິບັດຕາມຫຼັກການທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ລົງຄະແນນສຽງປິດລັບ.
    ... (ມາດຕາ 4) (ປັບປຸງ)

Legislature
  • English

    The National Assembly is the representative of the rights and interests of the Lao multi-ethnic people. The National Assembly is the supreme authority of the state. The National Assembly is the legislative body to perform the role to adopt the Constitution and laws, make decisions on fundamental issues of the country and to monitor the implementation of the Constitution and laws by the State organizations. (Art. 52)

  • Lao

    ສະພາແຫ່ງຊາດ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດ ຮັບຮອງເອົາ ລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານ ຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດ. (ມາດຕາ. 52) (ປັບປຸງ)

Legislature
  • English


    Members of the National Assembly are elected by the Lao citizens in accordance with the laws.
    ... (Art. 54)

  • Lao


    ສະມາຊິກສະພາແຫ່ງຊາດ ແມ່ນ ພົນລະເມືອງລາວເປັນ ຜູ້ເລືອກຕັ້ງ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍ.
    ... (Art. 54)

Links to all sites last visited 14 March 2024