Constitution of the Lao People’s Democratic Republic 1991, as amended to 2015
Head of State
  • English

    The President of the State is the Head of State of the Lao People's Democratic Republic and the representative of the multi-ethnic Lao people both within the country and abroad; The President of the State is also the head of national defence and national security, the general of the armed civilian army for independent protection, democracy, defending the homeland and securing peace and stability of the nation. (Art. 65)

  • Lao

    ປະທານປະເທດ ເປັນປະມຸກລັດ ແຫ່ງ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ, ເປັນຜູ້ຕາງໜ້າປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຫ່ງຊາດ, ເປັນແມ່ທັບກຳລັງປະກອບອາວຸດປະຊາຊົນ ເພື່ອຮັບປະກັນ ຄວາມເປັນເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງປະເທດຊາດ. (ມາດຕາ. 65) (ປັບປຸງ)

Head of State
  • English

    The President of the State is elected by the National Assembly with two-thirds of the votes of all members of the National Assembly attending the session.
    … (Art. 66)

  • Lao

    ປະທານປະເທດ ແມ່ນສະພາແຫ່ງຊາດ ເປັນຜູ້ເລືອກຕັ້ງໂດຍໄດ້ຮັບ ຄະແນນສຽງຢ່າງໜ້ອຍສອງສ່ວນສາມ ຂອງຈໍານວນສະມາຊິກສະພາແຫ່ງຊາດທີ່ເຂົ້າ ຮ່ວມກອງປະຊຸມ.
    ... (ມາດຕາ 66) (ປັບປຸງ)

Vice-President
  • English

    The President of the State have a Vice-President as elected by the National Assembly with the votes of more than two-third of the number of National Assembly members attending the session.
    The Vice-President of the State executes all tasks assigned by the President of the State and acts on behalf of the President of the State in case the President is occupied on other matters. (Art. 68)

  • Lao

    ປະທານປະເທດ ມີຮອງປະທານປະເທດ ຊຶ່ງສະພາແຫ່ງຊາດເປັນຜູ້ເລືອກຕັ້ງ ໂດຍໄດ້ຮັບ ຄະແນນສຽງຫຼາຍ ກວ່າສອງສ່ວນສາມ ຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ.
    ຮອງປະທານປະເທດ ປະຕິບັດໜ້າທີ່ ຕາມການມອບໝາຍຂອງປະທານປະເທດ ແລະ ຕາງໜ້າໃຫ້ປະທານປະເທດ ໃນເວລາປະທານປະເທດຕິດຂັດ.ໃນກໍລະນີປະທານປະເທດ ບໍ່ສາມາດປະຕິບັດໜ້າທີ່ໄດ້. (ມາດຕາ. 68) (ປັບປຸງ)

Government
  • English

    The government is the executive branch, which has the role of managing the State uniformly throughout the country.
    The government is responsible for the National Assembly and the President of the State. (Art. 69)

  • Lao

    ລັດຖະບານ ແມ່ນ ອົງການບໍລິຫານ ມີພາລະບົດບາດຄຸ້ມຄອງບໍລິຫານລັດ ຢ່າງຮອບດ້ານ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ.
    ລັດຖະບານ ຮັບຜິດຊອບຕໍ່ ສະພາແຫ່ງຊາດ ແລະ ປະທານປະເທດ. (ມາດຕາ. 69) (ປັບປຸງ)

Government
  • English

    The government consists of the Prime Minister, Deputy Prime Minister[s], ministers and chairmen of the ministry-equivalent organisations.
    … (Art. 71)

  • Lao

    ລັດຖະບານ ປະກອບດ້ວຍນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ.
    … (ມາດຕາ 71) (ປັບປຸງ)

Government
  • English

    The Prime Minister is the head of the government, and represents the government in leading and managing the work of the government and local administration organisations; having rights to appoint, transfer, or remove the deputy- minister, the deputy head of ministry-equivalent, head of bureau office, deputy head of bureau, head of department; appoint or remove provincial governor, Vientiane Capital Governor, upon the approval of the provincial assembly meeting, propose the rewarding or degrading high rank of generals, promoting or demoting colonels of the national defence and security. (Art. 72)

  • Lao

    ນາຍົກລັດຖະມົນຕີ ເປັນຫົວໜ້າລັດຖະບານ ແລະ ຕາງໜ້າລັດຖະບານນຳພາ, ຊີ້ນຳ ການເຄື່ອນໄຫວວຽກງານຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ; ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງລັດຖະມົນຕີ, ຮອງຫົວໜ້າອົງການລັດທຽບເທົ່າກະຊວງ, ຫົວໜ້າທະບວງ, ຮອງຫົວໜ້າທະບວງ, ຫົວໜ້າກົມ; ແຕ່ງຕັ້ງ ຫຼື ປົດຕຳແໜ່ງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ພາຍຫຼັງກອງປະຊຸມ ສະພາປະຊາຊົນຂັ້ນແຂວງຮັບຮອງເອົາ; ສະເໜີເລື່ອນຊັ້ນ ຫຼື ປົດຊັ້ນນາຍພົນ; ເລື່ອນຊັ້ນ ຫຼື ປົດຊັ້ນພັນເອກ ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. (ມາດຕາ. 72) (ໃໝ່)

Government
  • English

    The Deputy Prime Ministers are the assistants of the Prime Minister to lead onmatters of the government and local administrative organizations and execute the tasks assigned to them by the Prime Minister. The Prime Minister assigns a particular Deputy Prime Minister to carry out work on his behalf in the event that he is [occupied on other matters]. (Art. 73)

  • Lao

    ຮອງນາຍົກລັດຖະມົນຕີ ຊ່ວຍນາຍົກລັດຖະມົນຕີ ໃນການຊີ້ນຳວຽກງານຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ, ຮັບຜິດຊອບວຽກງານໃດໜຶ່ງ ຕາມການມອບໝາຍ ຂອງນາຍົກລັດຖະມົນຕີ. ຮອງນາຍົກລັດຖະມົນຕີທ່ານໃດໜຶ່ງ ເປັນຜູ້ວ່າການແທນໃນເວລານາຍົກລັດຖະມົນຕີ ຕິດຂັດ. (ມາດຕາ. 73) (ໃໝ່)

Legislature
  • English


    The election of members of the National Assembly and the Local People'sAssemblies shall be carried out through the principles of universal equal direct suffrage and secret balloting.
    … (Art. 4)

  • Lao

    ...
    ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນແມ່ນປະຕິບັດຕາມຫຼັກການທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ລົງຄະແນນສຽງປິດລັບ.
    ... (ມາດຕາ 4) (ປັບປຸງ)

Legislature
  • English

    The National Assembly is the representative of the rights and interests of the Lao multi-ethnic people. The National Assembly is the supreme authority of the state. The National Assembly is the legislative body to perform the role to adopt the Constitution and laws, make decisions on fundamental issues of the country and to monitor the implementation of the Constitution and laws by the State organizations. (Art. 52)

  • Lao

    ສະພາແຫ່ງຊາດ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດ ຮັບຮອງເອົາ ລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານ ຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດ. (ມາດຕາ. 52) (ປັບປຸງ)

Legislature
  • English


    Members of the National Assembly are elected by the Lao citizens in accordance with the laws.
    ... (Art. 54)

  • Lao


    ສະມາຊິກສະພາແຫ່ງຊາດ ແມ່ນ ພົນລະເມືອງລາວເປັນ ຜູ້ເລືອກຕັ້ງ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍ.
    ... (Art. 54)

Links to all sites last visited 14 March 2024