Constitution of the Lao People’s Democratic Republic 1991, as amended to 2015
Obligations of the State
  • English

    The State protects the freedom and democratic rights of the people which cannot be violated by anyone. All state organisations and government officials must promote and build awareness of all policies, laws and regulations among the people and, together with the people, and strictly organise their implementation in order to guarantee the legitimate rights and interests of the people.
    ... (Art. 6)

  • Lao

    ລັດ ປົກປ້ອງສິດອິດສະລະພາບ ແລະ ສິດປະຊາທິປະໄຕຂອງປະຊາຊົນ ທີ່ບໍ່ມີໃຜຈະລ່ວງ ລະເມີດໄດ້. ທຸກອົງການ ແລະ ພະນັກງານຂອງລັດ ຕ້ອງໂຄສະນາ ເຜີຍແຜ່ ອົບຮົມບັນດານະໂຍບາຍ, ກົດໝາຍ ແລະ ລະບຽບການໃຫ້ປະຊາຊົນຮັບຮູ້ຢ່າງກວ້າງຂວາງ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງປະຊາຊົນ.
    ... (ມາດຕາ. 6) (ປັບປຸງ)

Obligations of the State
  • English


    The State acknowledge, respect, protect, and guarantee the human rights including fundamental rights of the citizen in accordance to the law. (Art. 34)

  • Lao


    ລັດ ຮັບຮູ້, ເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດທິມະນຸດ ແລະ ສິດທິພື້ນຖານຂອງພົນລະເມືອງ ຕາມກົດໝາຍ. (ມາດຕາ. 34) (ປັບປຸງ)

Judicial Protection
  • English

    Lao citizens have the right to file complaints and petitions and to propose ideas to the relevant State organisations in connection with issues pertaining to the public interest or to their own rights and interests.
    Complaints, petitions and ideas of citizens must be examined and resolved as provided by the laws. (Art. 41)

  • Lao

    ພົນລະເມືອງລາວ ມີສິດສະເໜີ, ຮ້ອງຟ້ອງ ແລະ ຮ້ອງຂໍຄວາມເປັນທຳ ຕໍ່ອົງການທີ່ກ່ຽວຂ້ອງ ກ່ຽວກັບບັນຫາທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດລວມ ຫຼື ສິດ ແລະ ຜົນປະໂຫຍດສະເພາະຂອງຕົນ.
    ຄຳສະເໜີ, ຄຳຮ້ອງຟ້ອງ ແລະ ຄຳຮ້ອງຂໍຄວາມເປັນທຳຂອງພົນລະເມືອງຕ້ອງໄດ້ຮັບການພິຈາລະນາ ແລະ ແກ້ໄຂຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ. (ມາດຕາ. 41) (ປັບປຸງ)

Links to all sites last visited 14 March 2024